ຂ່າວເສດຖະກິດ
ຂ່າວ ແລະ ເຫດການທີ່ສຳຄັນທາງດ້ານເສດຖະກິດຂອງລາວ ແລະ ສາກົນ
ຂປລ.ໃນຂອງວັນທີ06ກຸມພາ2015ຜ່ານມານີ້ ທີ່ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດພິທີ ມອບ-ຮັບ
ໂຄງການຊົນລະກະເສດປະຕູນ້ຳປ່ອງ 3 ຕາມຄອງລະບາຍນ້ຳ ກ້ອງເຂື່ອນໄຟຟ້ານ້ຳເທີນ 2 ໂດຍການ
ເປັນກຽດເຂົ້າຮ່ວມ ຂອງທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ
ເສດຖະກິດການຜະລິດ ແລະ ຈໍລະຈອນ,ມີທ່ານຄຳໃບດຳລັດ ເຈົ້າແຂວງໆຄຳມ່ວນ, ທ່ານເອກອັກຄະ
ລັດຖະທູດຈີນປະຈຳລາວພ້ອມດ້ວຍ ບັນດາ ລັດຖະມົນຕີຊ່ວຍວ່າການ, ຄະນະນຳແຂວງ, ອຳນາດການ
ປົກຄອງທ້ອງຖິ່ນ, ບັນດາກົມກອງ, ບໍລິສັດນໍຣິນໂກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຊົນລະກະເສດ ປະຕູນ້ຳປ່ອງ 3 ຕາມຄອງລະບາຍນ້ຳ ກ້ອງເຂື່ອນໄຟຟ້ານ້ຳເທີນ 2ໄດ້ເລີ່ມ ກໍ່ສ້າງ
ໃນວັນທີ 02 ພະຈິກ 2013 ໂດຍແມ່ນບໍລິສັດນໍຣິນໂກ ຮ່ວມມືສາກົນ ຈຳກັດ ຈາກ ສປ ຈີນ ເປັນຜູ້ຮັບເໝົາ
ກໍ່ສ້າງໃນໄລຍະເວລາ15ເດືອນເຊິ່ງໂຄງການຊົນລະກະເສດດັ່ງກ່າວນີ້ເປັນລະບົບຊົນລະປະທານແບບໄຫລ
ເອງ ສາມາດສະໜອງນ້ຳທັງສອງລະດູ ໃຫ້ແກ່ເນື້ອທີ່ທຳການຜະລິດເຖິງ 2.800 ເຮັກຕາ ກວມເອົາ 9 ບ້ານ,
900ກວ່າຄອບຄົວ, ຄິດເປັນມູນຄ່າການກໍ່ສ້າງກວ່າ 31 ລ້ານໂດລາສະຫະລັດ ຫລື ປະມານ 248 ຕື້ກີບ ຊຶ່ງ
ເປັນ ທຶນກູ້ຍືມໄລຍະຍາວ ດອກເບ້ຍຕ່ຳຈາກ ສປ. ຈີນ. ຜົນສໍາເລັດຂອງໂຄງການດັ່ງກ່າວ ຈະເປັນການປະ
ກອບສ່ວນອັນສຳຄັນເຂົ້າໃນການຂະຫຍາຍເນື້ອທີ່ທຳການຜະລິດທັງການປູກເຂົ້າ, ພືດຜັກ, ການລ້ຽງສັດ ແລະ
ປະມົງ ຂອງ ພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ໃຫ້ສາມາດທຳການຜະລິດໄດ້ທັງສອງລະດູ ແລະ ຍົກລະດັບ
ຊີວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ.ນອກຈາກນີ້,ກໍຍັງເປັນໂຄງການທີ່ຕອບສະໜອງໃຫ້ແກ່ໂຄງການ
ຄ້ຳປະກັນສະບຽງອາ ຫານ ແລະ ຜະລິດເປັນສິນຄ້າ ທີ່ພັກ-ລັດວາງອອກ.
ເຂື່ອນໄຟຟ້ານ້ຳງື່ມ1 ຜະລິດໄຟຟ້າ ເພີ່ມຂຶ້ນ10% ຕໍ່ປີ
ຂປລ. ຕະຫລອດໄລຍະ 4 ປີຜ່ານມາ(2011-2014) ຄະນະພັກຮາກຖານເຂື່ອນໄຟຟ້ານ້ຳງື່ມ1 ແລະ ໄຟ ຟ້າສາຂາແຂວງວຽງຈັນ ໄດ້ມີຄວາມຮັບຜິດຊອບສູງໃນການຊີ້ນຳ-ນຳພາ ໃນການຄວບຄຸມບັນຊາການຜະລິດ ແລະ ຈຳໜ່າຍພະລັງງານໄຟຟ້າ ອອກສູ່ລະບົບເຄື່ອງຈັກ 5 ໜ່ວຍ ທີ່ມີກຳລັງຕິດຕັ້ງ 155 MW ສາມາດຜະລິດພະລັງງານໄຟຟ້າໄດ້ 1.025Gwhຕໍ່ປີນັບແຕ່ປີ 2011 ມາເຖິງປັດຈຸບັນການຜະລິດພະລັງງານໄຟຟ້າເພີ່ມຂຶ້ນເປັນ 1.137Gwh ຕໍ່ປີ ຫລື ປະມານ10%.
ຂໍ້ມູນດັ່ງກ່າວໄດ້ຮັບການລາຍງານຈາກ ທ່ານ ຈຳປາທອງ ວົງເດືອນ ຮອງເລຂາຄະນະພັກຮາກຖານເຂື່ອນໄຟຟ້ານ້ຳງື່ມ1 ແລະ ໄຟຟ້າສາຂາແຂວງວຽງຈັນ ໃນກອງປະຊຸມໃຫຍ່ຄັ້ງທີ III ຄະນະພັກຮາກຖານ ທີ່ຈັດຂຶ້ນໃນວັນທີ 6 ກຸມພາ 2015 ນີ້, ພ້ອມນີ້ ທ່ານຍັງໃຫ້ຮູ້ອີກວ່າ: ພ້ອມກັນນີ້ ໄຟຟ້າ ສາຂາແຂວງວຽງຈັນ ກໍໄດ້ຕິດຕາມກວດກາການກໍ່ສ້າງຕາຂ່າຍ 22/0.4kv, ຕິດຕັ້ງໝໍ້ແປງພາກເງິນກູ້ຈາກ ສປ ຈີນ ສຳເລັດຢູ່ເມືອງຫີນເຫີບ ແລະ ກາສີ; ຕິດຕາມກວດກາການກໍ່ສ້າງຕາຂ່າຍ 22kv ທົ່ວແຂວງວຽງຈັນ ເປັນທຶນຂອງໄຟຟ້າລາວລວມມີ: ກໍ່ສ້າງຕາຂ່າຍ 22kv ຈຳນວນ 343 ກິໂລແມັດສຳເລັດ, ກໍ່ສ້າງຕາຂ່າຍ0.4kv ຈຳນວນ124 ກິໂລແມັດ ສຳເລັດ, ຕິດຕັ້ງຫມໍ້ແປງ 22/0.4kv ຈຳນວນ 158 ໜ່ວຍສຳເລັດ, ຕິດຕາມກວດກາປ່ຽນສາຍຕາຂ່າຍນ້ອຍເປັນໃຫຍ່ພາກຕາຂ່າຍ 22kv ເຊິ່ງນຳໃຊ້ທຶນຂອງໄຟຟ້າລາວ, ຈຳນວນ 104 ກິໂລແມັດສຳເລັດ, ຕິດຕາມກວດກາການກໍ່ສ້າງຕາຂ່າຍ 22/0.4kv ແລະ ໝໍ້ແປງຕາມໂຄງການກໍ່ສ້າງເທສະບານແຂວງສຳເລັດ. ໃນທ້າຍປີ 2013 ທົ່ວແຂວງ ມີ 503 ບ້ານ,ໄດ້ໃຊ້ໄຟຟ້າຖາວອນ 494 ບ້ານ, ເທົ່າກັບ 98,21%, ມີ 90.219 ຫລັງຄາເຮືອນໄດ້ໃຊ້ໄຟຟ້າຖາວອນ,ເທົ່າກັບ 96%, ມີໝໍ້ນັບໄຟຈຳນວນ 95.501 ໜ່ວຍ
ຂປລ. ທ່ານ ສຈ ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຄຳນັບຂອງທ່ານ ວູເວີຍເສຍ ຮອງປະທານອົງການ ທ່ອງທ່ຽວແຫ່ງຊາດ ສປ ຈີນ ແລະ ຄະນະໃນວັນທີ 9 ກຸມພາ 2015 ນີ້ ຢູ່ນະຄອນຫລວງວຽງຈັນ ໃນໂອກາດທ່ານ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 6-10 ກຸມພາ 2015 ນີ້
ໃນໂອກາດນີ້ ທ່ານ ລັດຖະມົນຕີວ່າການກະຊວງ ຖວທ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຂອບໃຈ ພ້ອມທັງຕີລາຄາສູງຕໍ່ ທ່ານ ວູເວີຍເສຍ ແລະ ຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີການພົວພັນມິດ ຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຈີນ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນເລື້ອຍໆ ໂດຍສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງ ສອງຂະແໜງການທ່ອງທ່ຽວລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດນີ້ ທ່ານ ວູເວີນເສຍ ກໍໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ທ່ານ ລັດຖະມົນຕີວ່າ ການກະຊວງ ຖວທ ຄັ້ງນີ້ ພ້ອມນີ້ ທ່ານ ຍັງຢືນຍັນຈະໃຫ້ການຮ່ວມມືຊ່ວຍເຫລືອຕໍ່ການພັດທະນາການທ່ອງທ່ຽວຂອງ ສປປ ລາວ ໂດຍສະເພາະ ຈະໃຫ້ການຊ່ວຍເຫລືອດ້ານເອກະສານ ມາດຖານຈັດລະດັບ ແລະ ການປະເມີນຜົນສະຖານທີ່ທ່ອງທ່ຽວລະດັບຊາດ, ໃຫ້ການຝຶກອົບຮົມ ແລະ ພັດທະນາພະນັກງານນຳທ່ຽວຂອງລາວຕື່ມອີກ.
ໃນວັນດຽວກັນນີ້ ທ່ານ ສຈ ດຣ. ບໍ່ແສງຄຳ ວົງດາລາ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ທ່ານ ຈະເລີນ ວາລີນທະລາສັກ ລັດຖະມົນຕີຊ່ວຍວ່າການກະຊວງ ຖວທ ແຫ່ງ ສປປ ລາວ ແລະ ທ່ານ ວູເວີນເສຍ ຮອງປະທານອົງການທ່ອງທ່ຽວແຫ່ງຊາດ ສປ ຈີນ.
ເຊິ່ງໃນເນື້ອບົດບັນທຶກດັ່ງກ່າວ ຝ່າຍຈີນຈະສະໜອງເອກະສານ ມາດຖານການຈັດລະດັບ ແລະ ການປະເມີນຜົນ ສະຖານທີ່ທ່ອງທ່ຽວລະດັບຊາດ ເປັນພາສາຈີນ, ທັງສອງຝ່າຍຍີນດີແລກປ່ຽນບົດຮຽນການຝຶກອົບຮົມພະນັກງານນຳທ່ຽວ ແລະ ການຄຸ້ມຄອງພະນັກງານນຳທ່ຽວ ຂອງຕົນໃຫ້ແຕ່ລະຝ່າຍ ພ້ອມກັນນີ້ຝ່າຍຈີນຍີນດີກຳນົດເງື່ອນໄຂ ພາຍໃຕ້ຂອບຂອງການຝຶກອົບຮົມ ວິຊາຊີບທ່ອງທ່ຽວອາຊຽນ ທີ່ໄດ້ຈັດຕັ້ງປະຕິບັດໃນປະເທດຈີນ ໃຫ້ແກ່ພະນັກງານຊ່ຽວຊານ ໃນຂະແໜງການທ່ອງ ທ່ຽວແກ່ຝ່າຍລາວ ໂດຍສອງຝ່າຍຈະຮ່ວມກັນ ຄັດເລືອກເອົານັກສຳມະນາກອນ ໂດຍຜ່ານການປຶກສາຫາລືນຳກັນ
ຈາກຄວາມຂັດແຍ່ງທີ່ເກີດຂຶ້ນໃນໂລກ ຈົນກາຍເປັນສົງຄາມພາກສ່ວນ ເຊັ່ນ: ຄວາມຂັດແຍ່ງໃນອູແກຣນ ອີຣັກ ຊີຣີ ການປາກົດຕົວຂອງລັດ IS ແລະ ບັນຫາອິສຣາແອນ ກັບ ປາແລັສຕິນ ບວກໃສ່ພະຍາດລະບາດຮ້າຍແຮງ ອີໂບລາ ຢູ່ອາຟຣິກາ.
ເຫດການກ່າວມາຂ້າງເທິງນັ້ນ ໄດ້ສ້າງຜົນກະທົບໃຫ້ເກີດການເຄື່ອນໄຫວຂອງຕະຫຼາດການລົງທຶນ ແລະ ອັດຕາການແລກປ່ຽນຢ່າງຮ້າຍແຮງ... ເຮັດໃຫ້ຫຼາຍປະເທດຕ້ອງຕິດຕາມຢ່າງໃກ້ຊິດການປັບນະໂຍບາຍການເງິນຂອງທະນາຄານກາງສະຫະລັດ (Federal Reserve=Fed).
ອົງການຮ່ວມມືທາງເສດຖະກິດ ແລະ ການພັດທະນາ (Organization for Economic Co-operation and Development=OECD) ກ່າວເຕືອນໃນກາງເດືອນກັນຍາ 2014 ຜ່ານຄໍລຳ “ເສດຖະກິດໂລກ” ຂອງໜັງສືພິມຖານເສດຖະກິດຂອງໄທ ໃນວັນທີ 17/9/2014 ວ່າ: “ເສດຖະກິດໂລກຍັງຟື້ນຕົວບໍ່ເຂັ້ມແຂງ ສະນັ້ນ ຈິ່ງມີຄວາມຈຳເປັນຕ້ອງປັບນະໂຍບາຍຄັ້ງໃຫຍ່” The Wall Street Journal ເຊິ່ງເປັນໜັງສືພິມທີ່ມີຊື່ສຽງຂອງສະຫະລັດອາເມຣິກາ ລາຍງານວ່າ: OECD ກ່າວເຕືອນວ່າ ເສດຖະກິດໂລກໃນປີ 2014-2015 ຈະບໍ່ເຕີບໂຕໄດ້ຕາມແຜນ ເນື່ອງມາຈາກຫຼາຍສາເຫດ ໃນນັ້ນ ກຸ່ມຕະຫຼາດຮ່ວມອີຢູ ເປັນຂົງເຂດທີ່ໜ້າເປັນຫ່ວງ ເພາະທ່າອຽງການຂະຫຍາຍຕົວທາງເສດຖະກິດຖືກກະທົບຈາກເງິນທີ່ແຂງຕົວເກີນໄປ ເຮັດໃຫ້ກະທົບພາກລາຍຈ່າຍພາຍໃນ ແລະ ການຈ້າງງານ ອາດສ່ຽງຕໍ່ສະພາວະເງິນຟືດ ສ່ວນກຸ່ມມະຫາອຳນາດທາງເສດຖະກິດ G20 G7 ນັ້ນ GDP 6 ເດືອນຕົ້ນປີ 2014-2015 OECD ຄາດວ່າຈະບໍ່ໄດ້ຕາມແຜນ ເຊັ່ນ: ອາເມຣິກາ ຈະບັນລຸພຽງແຕ່ 2,1% ເຊິ່ງແຜນແມ່ນ 2,6% EU 0,8% ຕາມແຜນແມ່ນ 1,2%.
ສ່ວນກຸ່ມປະເທດເສດຖະກິດໃໝ່ ເຊັ່ນ: ສປ ຈີນ ຄາດໝາຍ 7,4% ອິນເດຍ 5,7% ບຣາຊິນ 0,3% ກໍ່ຈະບໍ່ໄດ້ຕາມແຜນ ບັນດາທະນາຄານກາງຂອງອາເມຣິກາ (FED) ອັງກິດ B.O.E ທະນາຄານເອີຣົບ E.C.B ກໍ່ລ້ວນແຕ່ປັບນະໂຍບາຍໃໝ່ ໂດຍຢຸດຕິນະໂຍບາຍການເງິນແບບຜ່ອນຜັນ... ມີແຕ່ທະນາຄານກາງຂອງຍີ່ປຸ່ນທໍ່ນັ້ນ (B.O.J) ທີ່ອອກມາກະຕຸ້ນເສດຖະກິດ.
OECD ໄດ້ແນະນຳໃຫ້ລັດຖະບານ ບັນດາປະເທດມະຫາອຳນາດເສດຖະກິດ ດຳເນີນການປະຕິຮູບໂຄງສ້າງທີ່ຈຳເປັນເພື່ອກະຕຸ້ນການເຕີບໂຕທາງເສດຖະກິດ (GDP) ໃຫ້ວ່ອງໄວຂຶ້ນ ຫຼືວ່າໃຫ້ສູງຂຶ້ນ ເຊັ່ນວ່າ: ເພີ່ມການລົງທຶນໃນໂຄງສ້າງພື້ນຖານໃນສະຫະລັດອາເມຣິກາ ການຈັດຕັ້ງສະຫະພາບທະນາຄານໃນເອີຣົບ ຫຼຸດຜ່ອນໂຄງສ້າງພາສີສັບຊ້ອນໃນອິນເດຍ ບຣາຊິນ ແລະ ພາສີການຈ້າງງານຂອງປະເທດຝຣັ່ງ.
ທັງໝົດນັ້ນແມ່ນການເບິ່ງເສດຖະກິດຂອງໂລກໃນສາຍຕາຂອງນັກເສດຖະສາດທຶນນິຍົມ... ສ່ວນເສດຖະກິດເບື້ອງປະເທດພວມພັດທະນາ ລວມເຖິງບັນດາປະເທດສັງຄົມນິຍົມ ກໍ່ເຫັນວ່າຂະຫຍາຍຕົວດີ ເພາະບໍ່ຄ່ອຍມີຜົນກະທົບຈາກບັນຫາສົງຄາມພາກສ່ວນ ແລະ ພະຍາດລະບາດແຕ່ຢ່າງໃດ? ກໍ່ຄົງໄດ້ຕິດຕາມເບິ່ງນຳກັນອີກຕໍ່ໄປ.
ຂ່າວຈາກ: http://www.neri.gov.la/news.php?category=lao-business-news
ແຫຼ່ງຂໍ້ມູນ: http://www.vientianemai.net/